ພາກວິຊາ ບໍລິຫານ-ທຸລະກິດ ປະກອບດ້ວຍ 4 ສາຂາວິຊາ

ພາກວິຊາ ບໍລິຫານ-ທຸລະກິດ

ທ່ານສາມາດເລືອກເຂົ້າມາສຶກສາຕາມສາຂາວິຊາຮຽນໄດ້ຕາມທີ່ຕ້ອງຢາກຈະສຶກສາດັ່ງສາຂາຮຽນລຸ່ມນີ້

ສາຂາວິຊາ ບັນຊີທຸລະກິດ

ໄດ້ຮຽນຮູ້ກ່ຽວກັບ ຫຼັກການບັນຊີ, ວຽກງານການເງິນ, ການຕະຫຼາດ-ການຄ້າ ການນຳໃຊ້ຄອມພິວເຕີ Word, Excel. Power point ແລະ Internet.

ສາຂາວິຊາ ຄຸ້ມຄອງທຸລະກິດ

ໄດ້ຮຽນຮູ້ກ່ຽວກັບການບໍລິຫານຫ້ອງການ ແລະ ວຽກເລຂາຫ້ອງການ ການຈັດເກັບເອກະສານຂາເຂົ້າ-ຂາອອກ, ການຈັດຫ້ອງປະຊຸມ, ການບັນທຶກກອງປະຊຸມ, ການສົ່ງແຝັກ, ມາລະຍາດໃນການໃຊ້ໂທລະສັບ ແລະ ການຕ້ອນຮັບແຂກ, ການນຳໃຊ້ຄອມພິວເຕີ Word, Excel. Power point, Internet.

ສາຂາວິຊາ ຄອມພີວເຕີ-ທຸລະກິດ

ໄດ້ຮຽນຮູ້ກ່ຽວກັບການຂຽນໂປຣແກຣມ, ລົງວິນໂດໂປຣແກຣມ, ສ້າງເວັບໄຊຕ໌ ແລະ ການສ້ອມແປງຄອມພິວເຕີ ການນຳໃຊ້ຄອມພິວເຕີ Word, Excel, Power point, Internet. 

ສາຂາວິຊາ ເລຂານາການ

ໄດ້ຮຽນຮູ້ກ່ຽວກັບການຕິດຕໍ່ປະສານງານທັງໃຊ້ພາສາລາວ ແລະ ພາສາຕ່າງປະເທດ, ການແກ້ບັນຫາ, ຕິດຕາມປະເມີນຜົນ ແລະ ການເຮັດວຽກເປັນທີມ (Team Work), ຮຽນຮູ້ວິທີການເຮັດວຽກເລຂານຸການໃນພາກລັດ ແລະ ເອກະຊົນ.