ພາກວິຊາບໍລິຫານທຸລະກິດ ແມ່ນພາກວິຊາໜຶ່ງທີ່ນອນຢູ່ໃນວິທະຍາໄລເຕັກນິກວິຊາຊີບ ຫຼວງພະບາງ ໂດຍປະກອບມີ 4 ສາຂາວິຊາຮຽນ ແລະ ໃນພາກວິຊາບໍລິຫານ-ທຸລະກິດນີ້ແມ່ນໄດ້ສຶກສາກ່ຽວການບໍລິຫານ ແລະ ການບໍລິການຕ່າງໆເຊັ່ນວ່າ: ຫຼັກການບັນຊີ, ວຽກງານການເງິນ, ການຕະຫຼາດ-ການຄ້າ. ການບໍລິຫານຫ້ອງການ ແລະ ວຽກເລຂາຫ້ອງການ ການຈັດເກັບເອກະສານຂາເຂົ້າ-ຂາອອກ, ການຈັດຫ້ອງປະຊຸມ, ການບັນທຶກກອງປະຊຸມ, ການສົ່ງແຝັກ, ມາລະຍາດໃນການໃຊ້ໂທລະສັບ ແລະ ການຕ້ອນຮັບແຂກ, ການຂຽນໂປຣແກຣມ, ລົງວິນໂດໂປຣແກຣມ, ສ້າງເວັບໄຊຕ໌ ແລະ ການສ້ອມແປງຄອມພິວເຕີ ການນຳໃຊ້ຄອມພິວເຕີ Word, Excel, Power point, Internet ແລະ ການຕິດຕໍ່ປະສານງານທັງໃຊ້ພາສາລາວ ແລະ ພາສາຕ່າງປະເທດ, ການແກ້ບັນຫາ, ຕິດຕາມປະເມີນຜົນ ແລະ ການເຮັດວຽກເປັນທີມ (Team Work), ຮຽນຮູ້ວິທີການເຮັດວຽກເລຂານຸການໃນພາກລັດ ແລະ ເອກະຊົນ.